ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ-ສ ເກົາຫຼີ ມຸ່ງ​ໄປ​ເຖິງ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນລຸ 150 ຕື້​ໂດ​ລາ


   ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວັນ​ທີ 25 ມິຖຸນາ ນີ້​ວ່າ: ທ່ານ ຟ້າມ​ມິງ​ຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້​ພົບ​ປະ​ກັບ ທ່ານ ຢຸນ ຊຸກ ຢອນ ປະທານາ ທິບໍດີ ສ ເກົາຫຼີ ທີ່​ໄປ​ຢ້ຽມຢາມ​ທາງ​ລັດ​ຖະ​ກິດ ຫວຽດນາມ​ໃນ​ລະຫວ່າງ​ວັນ​ທີ 22–24 ມິຖຸນາ 2023. ໃນ​ການ​ພົບ​ປະ​ສອງ​ຝ່າຍ, ທ່ານ​ນາຍົກລັດຖະມົນຕີ​ ຫວຽດ ນາມ​ໄດ້​ສະເໜີ​ສອງ​ຝ່າຍ​ຜັນ​ຂະຫຍາຍ​ບັນດາ​ສັນຍາ​ການ​ຄ້າ​ເສລີ, ສັນຍາ​ຄູ່​ຮ່ວມ​ມື​ເສດ ຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ (RCEP) ຢ່າງ​ມີ​ປະ​ສິດທິ​ຜົນ, ໃນ​ນັ້ນ ພະຍາຍາມ​ປະຕິບັດ​ໃຫ້​ສຳເລັດ​ເປົ້າ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ​ເປັນ 100 ຕື້​ໂດ​ລາ​ໂດຍ​ໄວ ແລະ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ 150 ຕື້​ໂດ​ລາ ໃນ​ປີ 2030 ຕາມ​ທິດ​ສົມ​ດຸນ ແລະ​ຍືນ​ຍົງ. ທ່ານ​ປະທານາທິບໍດີ ສ ເກົາຫຼີ ເນັ້ນ​ໜັກ​ວ່າ: ລັດຖະບານ ສ ເກົາ ຫຼີ ຖື​ການ​ພົວພັນ ສ ເກົາຫຼີ-ຫວຽດນາມ ເປັນ​ປະເທດ ​ຄູ່​ຮ່ວມ​ມື​ສຳຄັນ​ທີ່​ສຸດ, ຖື​ຫວຽດນາມ ແມ່ນ​ຄູ່​ຮ່ວມ​ມື​ຈຸດ​ສຸມ​ຂອງ ​​ສ ເກົາ ຫຼີ​ຢູ່​ພາກ​ພື້ນ​ອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້. ລັດຖະບານ ສ ເກົາຫຼີ ຈະ​ສືບຕໍ່​ສົ່ງເສີມ, ສ້າງ ​ ເງື່ອນໄຂ​ໃຫ້​ແກ່​ວິ​ສາ​ຫະ​ກິດ ສ ເກົາຫຼີ ມາ​ລົງທຶນ​ຢູ່ ຫວຽດນາມ, ພ້ອມ​ນັ້ນ ກໍ​ສະເໜີ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງເຂດ​ອຸດສາຫະກຳ​ປ້ອງ​ກັນ​ຊາດ ​ຕື່ມ​ອີກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/06/2023